20 ຂໍ້ ທີ່ຄວນຮູ້ ແລະ ປະຕິບັດກ່ອນ ອາຍຸ 45

1. ບໍ່ຕ້ອງຕັ້ງໃຈຮຽນຫຼາຍເກີນໄປ ໃນສາຍວິຊາທີ່ຕົນເອງເລືອກ ແຕ່ພາສາອັງກິດຈຳເປັນທີ່ສຸດ ຈົ່ງໃຫ້ໃສ່ໃຈ, ສ່ວນວິຊາອື່ນໆ ເອົາພຽງຫາວຽກດີໆເຮັດກໍພໍ ເພາະໂລກແຫ່ງຄວາມເປັນຈິງ ເບິ່ງກັນຢູ່ທີ່ຜົນງານ ບໍ່ແມ່ນຢູ່ບ່ອນຄະແນນ ຫຼືເກຣດ ແຕ່ພາສາອັງກິດສ້າງຜົນງານໄດ້.

2. ການເຮັດກິດຈະກຳໃນຮົ້ວ ມະຫາວິທະຍາໄລນັ້ນ ສຳຄັນຫຼາຍພໍໆ ກັບການຕັ້ງໃຈຮຽນ.

3. ເລືອກວຽກທີ່ເຮົາມັກນັ້ນແມ່ນ ແຕ່ຢ່າລືມອີກວ່າ ອາຊີບນັ້ນ ສາມາດລ້ຽງເກືອເຮົາໄດ້ແທ້ບໍ ຖ້າບໍ່ແມ່ນກໍຢ່າຫຼອກໂຕເອງ.

4. ເມື່ອຮອດໄວເຮັດວຽກ ໃຜທ້ອນເງິນໄດ້ກ່ອນ ຈະລວຍໄວກວ່າ ແລະສິ່ງສຳຄັນທີ່ຕ້ອງຈື່ໄວ້ຄື “ຊີວິດທີ່ບໍ່ມີໜີ້ ຄືຊີວິດທີ່ປະເສີດທີ່ສຸດ”.

5. ຫາເປົ້າໝາຍໃນຊີວິດໃຫ້ພົບ ໂດຍໄວທີ່ສຸດ ເພາະມັນຈະເປັນເຄື່ອງນຳທາງຂອງທ່ານ ໃນຊາດນີ້ຕະຫຼອດໄປ.

6. ຊື້ເຮືອນກ່ອນ ທີ່ຈະຊື້ລົດ ເພາະເຮືອນມີແຕ່ຈະມີມູນຄ່າເພິ່ມຂຶ້ນ ສ່ວນລົດມີແຕ່ມູນຄ່າຫຼຸດລົງ

7. ການທ້ອນເງິນ ເປັນພຽງຂັ້ນໄດຂັ້ນທຳອິດ ສູ່ຄວາມລ່ຳລວຍ ແຕ່ຂັ້ນຕໍ່ມາຄື ຕ້ອງຮູ້ຈັກລົງທຶນ. ຢ່າລືມຄົບກັບທີ່ປຶກສາການເງິນ ໄວ້ເປັນເພືອນ.

8. ຢ່າເປັນສັດຕູກັບໃຜເລີຍໃນໂລກນີ້ ເພາະທ່ານຈະບໍ່ມີທາງຮູ້ວ່າ ມື້ໜຶ່ງເຂົາອາດຈະຍິ່ງໃຫຍ່ ຈົນກັບມາທຳຮ້າຍເຮົາກໍເປັນໄດ້.

9. ສາຍສຳພັນເປັນສິ່ງທີ່ສຳຄັນຫຼາຍ ຕໍ່ໃຫ້ເກັ່ງປານໃດ ກໍສູ້ການມີເພື່ອນຫຼາຍໆ ບໍ່ໄດ້.

10. ຄວນມີວຽກເຮັດຫຼາຍກວ່າ 1 ວຽກ ເພາະຄວາມໝັ້ນຄົງ ບໍ່ເຄີຍມີໃນໂລກໜ່ວຍນີ້.

11. ຢ່າຄິດວ່າໂຕເອງເຮັດຫຍັງໄດ້ແຕ່ແນວດຽວ ເພາະຄວາມສາມາດຂອງຄົນເຮົາ ຫຼາຍກວ່າ 1 ສະເໝີ.

12. ເມື່ອມີໂອກາດໃດໆເຂົ້າມາກໍຕາມ ຢ່າງຢ່າປະຕິເສດ ເຖິງຈະລົ້ມແຫຼວແຕ່ມັນກໍຄື ປະສົບການ.

13. ສ້າງເນື້ອສ້າງໂຕໃຫ້ໄວທີ່ສຸດ ໃນຂະນະທີ່ທ່ານຍັງມີກຳລັງ ຍັງເປັນບ່າວ-ເປັນສາວ ເພາະການຜ່ານຜ່າອຸປະສັກໃນຕອນ ອາຍຸຫຼາຍນັ້ນ ບໍ່ແມ່ນເລື່ອງມ່ວນເລີຍ.

14. ອອກເດິນທາງທ່ອງທ່ຽວຕັ້ງແຕ່ຕອນ ຍັງເປັນບ່າວ-ເປັນສາວ ເພາະເມື່ອສ້າງຄອບຄົວແລ້ວ ການເດິນທາງຈະເປັນເລື່ອງຫຍຸ້ງຍາກກວ່າເກົ່າຫຼາຍ.

15. ເລືອກຄູ່ຊີວິດຈົ່ງຄິດໃຫ້ດີໆ ຢ່າເບິ່ງແຕ່ຂໍ້ດີຂອງເຂົາ ແຕ່ຕ້ອງເບິ່ງແດ່ວ່າ ເຮົາສາມາດຮັບຂໍ້ເສຍຂອງເຂົາໄດ້ ຫຼາຍປານໃດ.

16. ການມີແຟນ ຫຼືຜົວ-ເມຍ ຍັງປະກັນໄດ້ ແຕ່ຄວາມເປັນພໍ່ແມ່ລູກ ຈະປະກັນບໍ່ໄດ້ ເພາະສະນັ້ນຄວນເບິ່ງແຍງເຂົາເຈົ້າ ໃຫ້ດີໆ.

17. ຄວາມສຳເລັດທີ່ຫຼວງຫຼາຍເທົ່າໃດ ກໍບໍ່ສາມາດທົດແທນຄວາມລົ້ມແຫຼວ ຂອງຄອບຄົວໄດ້.

18. ລອງຫາເວລາຢູ່ວ່າງໆ ບໍ່ຕ້ອງເຮັດຫຍັງລອງເບິ່ງ ຢ່າແບກໂລກໄວ້ທັງໜ່ວຍຄົນດຽວ ແລະອີກຢ່າງໜຶ່ງ ວຽກກໍບໍ່ແມ່ນທຸກຢ່າງຂອງຊີວິດ.

19. ສຸຂະພາບເປັນເລື່ອງສຳຄັນ ຈົ່ງທະນຸຖະໜອມໂຕເອງເອົາໄວ້ ເມື່ອຍັງເປັນບ່າວ-ສາວ ຢ່າໃຊ້ຊີວິດໃຫ້ໜັກຈົນເກີນໄປ.

20. ຈົ່ງນຶກເຖິງຄວາມດີທີ່ເຄີຍເຮັດ ຢູ່ສະເໝີວ່າເຄີຍເຮັດດີຫຍັງແດ່ ເພາະຈະເຮັດໃຫ້ທ່ານມີຄວາມສຸກ, ຖ້າຍັງເຮັດດີບໍ່ຫຼາຍພໍ ກໍເລິ່ມເຮັດສາແຕ່ມື້ນີ້ ແລ້ວທ່ານຈະມີຄວາມສຸກ. ແຕ່ຢ່າລືມຫຼີກເວັ້ນຈາກການເຮັດຊົ່ວ ທຸກປະການ.

ຖ້າທ່ານຄິດວ່າບົດຄວາມນີ້ມີປະໂຫຍດ ກະລຸນາແບ່ງປັນໃຫ້ຈັກຄົນໄດ້ຮັບຮູ້ ຈະເປັນບຸນຄຸນອັນຍິ່ງໃຫຍ່. ສັບພະທານັງ ທຳມະທານັງ ຊິນາຕິ = ການໃຫ້ທຳມະເປັນທານ ຊະນະການໃຫ້ທັງປວງ.

12 ສິ່ງທີ່ຄົນປະສົບຄວາມສຳເລັດໃນຊີວິດ “ບໍ່ເຮັດເດັດຂາດ”

Steve-Job-estrategia-Piensa-Diferente

ຖ້າທ່ານເປັນຜູ້ທີ່ກຳລັງຄົ້ນຫາ “ຄວາມສຳເລັດ” ໃນຊີວິດ ທ່ານຕ້ອງການໃຊ້ ຊີວິດ ໃຫ້ກຸ້ມຄ່າທີ່ສຸດ ໃຫ້ສົມກັບທີ່ເກີດມາ ລອງມາເບິ່ງສິ່ງເຫຼົ່ານີ້ທີ່ຄົນທີ່ປະສົບຄວາມ ສຳເລັດໃນຊີວິດເລືອກທີ່ຈະ “ບໍ່ເຮັດເດັດຂາດ” ນຳກັນ.

1. ບໍ່ໃຫ້ໃຜນິຍາມຄຳວ່າ “ສຳເລັດ” ແທນພວກເຂົາ

ບາງຄົນເລືອກ ເງິນ ຄື ຄຳນິຍາມຂອງຄວາມສຳເລັດ ບາງຄົນເລືອກຊີວິດທີ່ສະຫງົບ ບາງຄົນເລືອກທີ່ຈະປ່ຽນແປງໂລກ ທຸກຢ່າງ ບໍ່ມີຫຍັງຜິດ ແລະຄົນເຫຼົ່ານີ້ຈະ ບໍ່ເຮັດນຳຄົນອື່ນ ໂດຍທີ່ບໍ່ຖາມໃຈໂຕເອງ ວ່າຖ້າຫຍັງຄືສິ່ງເຂົາຕ້ອງການ ແລະຈະບໍ່ຍອມໃຫ້ໃຜນິຍາມຄວາມສຳເລັດແທນເຂົາ.

2. ບໍ່ຍອມຮັບວ່າ ສິ່ງນັ້ນຄື “ຄວາມຈິງ” ຈົນກວ່າຈະພິສູດ ຫຼືຕັ້ງຄຳຖາມກ່ອນ

ພວກເຂົາເປັນນັກວິເຄາະ ນັກຄິດ ພຽງແຕ່ມີຄົນບອກວ່າເລື່ອງນີ້ຄືເລື່ອງຈິງ ຫຼືສັງຄົມບອກວ່າມັນຄືເລື່ອງຈິງ ເຂົາຈະບໍ່ເຊື່ອທັນທີ ແຕ່ຈະຕັ້ງຄຳຖາມກ່ອນສະເໝີ.

3. ບໍ່ໃຫ້ເພື່ອນ ຫຼື ຄົນໃນຄອບຄົວມາຕັດສິນໃຈ ເລື່ອງສຳຄັນຂອງຊີວິດ

ຄົນເຫຼົ່ານີ້ຮັກຄົນໃນຄອບຄົວ ຫຼືເພື່ອນ ແຕ່ພໍມາເຖິງເລື່ອງການຕັດສິນໃຈ  ທີ່ຈະກຳໜົດຄວາມສຸກໃນຊີວິດໄປຕະຫຼອດ ເຂົາເລືອກທີ່ຈະ “ຄິດເອງ” ເຖິງແມ່ນມັນອາດຈະເຮັດໃຫ້ຄົນໃນ ຄອບຄົວຕ້ອງຜິດຫວັງແດ່ກໍຕາມ.

4. ບໍ່ຢຶດຕິດກັບອະດີດທີ່ຜິດພາດໄປແລ້ວ

ເຂົາຮັບຄວາມຈິງໄດ້ວ່າ ບໍ່ມີໃຜສົມບູນແບບທຸກຢ່າງ ຄວາມຜິດພາດເກີດຂຶ້ນໄດ້ ພວກເຂົາຈຶ່ງບໍ່ຢຶດຕິດ ແລະກ້າວໄປຂ້າງໜ້າຕໍ່ໄປ.

5. ບໍ່ກັງວົນກັບສິ່ງທີ່ຄາດການຫຼືທຳນາຍບໍ່ໄດ້

ເຂົາຮູ້ວ່າມີປັດໄຈຕ່າງໆ ຫຼວງຫຼາຍທີ່ເຂົາຄວບຄຸມບໍ່ໄດ້ ເພາະສະນັ້ນ ຖ້າຫຍັງກໍຕາມທີ່ເກີດຂຶ້ນ ແລະເຮັດໃຫ້ບໍ່ເປັນໄປຕາມແຜນທີ່ວາງໄວ້ ເຂົາກໍຈະບໍ່ເຄັ່ງຄຽດ ແຕ່ສູ້ຕໍ່ໄປ ບໍ່ວ່າອິຫຍັງຈະເກີດຂຶ້ນ ປັບແຜນກົນລະຍຸດໄປເລື້ອຍໆ.

6. ບໍ່ເອົາຄຳວິຈານ ຫຼືການດູຖູກເປັນອາລົມ

ຄຳວິຈານ ຫຼືການດູຖູກທີ່ບໍ່ມີມູນ ບໍ່ສ້າງສັນເລີຍ ຄົນພວກນີ້ບໍ່ເອົາມາໃສ່ໃຈ ຫຼືສາລະສຳຄັນໃນຊີວິດ ພວກເຂົາປ່ອຍໃຫ້ຜ່ານໄປ.

7. ບໍ່ເຄີຍຄິດວ່າຄວາມສຳເລັດຄືເລື່ອງທີ່ “ງ່າຍ”

ພວກເຂົາຈະບອກບໍ່ໄດ້ເລີຍວ່າ ມັນຈະໃຊ້ເວລາເທົ່າໃດຈຶ່ງສຳເລັດ ບໍ່ເຄີຍບອກວ່າມັນງ່າຍ ພວກເຂົາຈະເດິນທາງເພື່ອຈຸດໝາຍ ດ້ວຍຄວາມໄວ ດ້ວຍແຜນການໃນແບບສະບັບ ຂອງພວກເຂົາເອງ.

8. ບໍ່ຄອຍຖ້າ “ໃຫ້ເຖິງເວລາ” ໃນການເລິ່ມເຮັດວຽກໃດໆກໍຕາມ

ພວກເຂົາບໍ່ເຊື່ອວ່າມີສິ່ງທີ່ເອີ້ນວ່າ “ເລີກດີ” ໃນການເລິ່ມເຮັດສິ່ງຕ່າງໆ ໃນຊີວິດ ຖ້າເຂົາຄິດອອກ ຄິດໄດ້ ມີຄວາມພ້ອມ ກໍລົງມືເຮັດເລີຍ ບໍ່ລໍຊ້າ.

9. ບໍ່ເຄີຍລືມ “ຄົນສຳຄັນ” ຂອງຊີວິດ

ພວກເຂົາຮູ້ສະເໝີວ່າ ບໍ່ວ່າເຂົາຈະຫຍຸ້ງຍາກປານໃດ ສຳເລັດປານໃດ ຊີວິດຈະບໍ່ມີຫຍັງເລີຍ ຖ້າບໍ່ມີຄົນອ້ອມຂ້າງທີ່ເຂົາຮັກ ແລະຮັກເຂົາ.

10. ບໍ່ເຄີຍພັດວັນປະກັນມື້

ຄົນພວກນີ້ບໍ່ພັດວັນປະກັນມື້ ທີ່ຈະແກ້ບັນຫາ ເຖິງແມ່ນມັນຈະຍາກກໍຕາມ ເພາະເຂົາເຊື່ອວ່າ ການຜັດວັນປະກັນມື ບັນຫາມີແຕ່ຈະໃຫຍ່ຂຶ້ນ ແລະແກ້ຍາກ.

11. ບໍ່ເລີຍຖິ້ມພາລະໃຫ້ໝູ່

ອິຫຍັງກໍຕາມທີ່ເຂົາຄິດເອງ ເຮັດເອງ ຢູ່ໃນຄວາມຮັບຜິດຊອບ ເຂົາຈະຮັບຜິດຊອບຄົນດຽວ ບໍ່ວ່າຈະເກີດບັນຫາຫຍັງຂຶ້ນ.

12. ບໍ່ໃສ່ໃຈຄົນທີ່ບໍ່ພໍໃຈສິ່ງທີ່ເຂົາເຮັດ

ຄົນພວກນີ້ຮູ້ວ່າ ບໍ່ສາມາດເຮັດໃຫ້ທຸກຄົນພໍໃຈໄດ້ ເພາະສະນັ້ນ ເຂົາຈະສົນໃຈ ຄວາມເຫັນສະເພາະຄົນໃກ້ຊິດ ສະໜິດກັບເຂົາແທ້ໆ ເທົ່ານັ້ນ ແຕ່ນອກຈາກນັ້ນ ເຂົາບໍ່ເຄີຍສົນໃຈເລີຍ.